The Official Website of the Department of Intellectual Property under the Ministry of Industry and Commerce Lao PDR

The Official Website of the Department of Intellectual Property under the Ministry of Industry and Commerce Lao PDR

The Official Website of the Department of Intellectual Property under the Ministry of Industry and Commerce Lao PDR

Poster IP Day 2026
Group-254
Asset 4@2x-8
Asset 8@2x-8
Asset 9@2x-8
Group-25
previous arrow
next arrow

Understanding
IP

Helpdesk for Business

Online Resources
and Services

Register Trademarks

Understanding
IP

ເຄື່ອງມືຊ່ວຍເຫຼືອ
ທຸລະກິດ

ຂໍ້ມູນ ແລະ
Online Services

ຈົດທະບຽນ
Trademark

About balakhone

This author has not yet filled in any details.
So far balakhone has created 25 blog entries.

ສັບປະດາຊັບສິນທາງປັນຍາ ໃນງານວາງສະແດງໂລກ World Expo Osaka 2025

ສໍາເລັດການຈັດງານສັບປະດາຊັບສິນທາງປັນຍາ ໃນງານວາງສະແດງໂລກ World Expo Osaka 2025 ງານໄດ້ຈັດຂຶ້ນໃນລະຫວ່າງວັນທີ 07-11 ກໍລະກົດ 2025 ທີ່ເມືອງໂອຊາກາ, ເຂດຄັນໄຊ, ປະເທດຢີ່ປຸ່ນ ໂດຍການເຂົ້າຮ່ວມຂອງທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ຜູ້ປະກອບການເຈົ້າຂອງຈົດທະບຽນຊັບສິນທາງປັນຍາ ລວມທັງໝົດ 10 ທ່ານ. ງານວາງສະແດງລະດັບໂລກ (World Expo) ແມ່ນງານວາງສະແດງຂະໜາດໃຫຍ່ ໃນລະດັບສາກົນຄັ້ງທໍາອິດໄດ້ຖືກຈັດຂຶ້ນໃນປະເທດອັງກິດ ທີ່ລອນດອນ ໃນປີ 1851 ຊຶ່ງປີນີ້ ງານວາງສະແດງລະດັບໂລກໂອສະກາ 2025 (World Expo Osaka 2025) ພາຍໃຕ້ຫົວຂໍ້ “Designing Future Society for Our Lives” ຈັດຂຶ້ນເພື່ອເປັນເວທີໃຫ້ປະເທດຕ່າງໆທົ່ວໂລກ ໄດ້ນໍາສະເໜີຄວາມຄິດສ້າງສັນ, ວິທະຍາສາດ, ວັດທະນະທຳ, ນະວັດຕະກຳ ແລະ ການຮ່ວມມື

2026-02-23T14:10:46+07:00February 23rd, 2026|Latest News|

ກອງປະຊຸມສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ ຄັ້ງທີ 66

ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-17 ກໍລະກົດ 2025 ທີ່ ເຈນີວາ, ສະວິດເຊີເເລນ ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ ສປປ ລາວ ພ້ອມດ້ວຍຄະນະ ຊຶ່ງມີປະເທດສະມາຊິກຂອງອົງການດັ່ງກ່າວເຂົ້າຮ່ວມ ຫຼາຍກວ່າ 193 ປະເທດ. ກອງປະຊຸມດັ່ງກ່າວ ທ່ານຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາໄດ້ລາຍງານກ່ຽວກັບບົດບາດຊັບສິນທາງປັນຍາໃນການປະກອບສ່ວນເຂົ້າໃນການຂັບເຄື່ອນເສດຖະກິດສັງຄົມຂອງປະເທດ ແລະ ການຮ່ວມມືກັບບັນດາປະເທດສະມາຊິກໃນພາກພື້ນ ແລະ ສາກົນ. ກອງປະຊຸມໄດ້ມີການທົບທວນບັນດາກົດ ໝາຍ, ສະຖານະພາບດ້ານການເງິນ, ການລາຍງານບັນຊີ, ການລົງນາມການຊ່ວຍເຫຼືອບັນດາປະເທດສະມາຊິກ, ການປະເມີນການຈັດຕັ້ງຜົນວຽກງານ ສິດທິບັດ, ເຄື່ອງໝາຍການຄ້າ ແລະ ການນໍາໃຊ້ລະບົບການຈົດທະບຽນສາກົນຜ່ານລະບົບ Madrid, Hauge and Lisbon. ຂ່າວ ແລະ ຮູບພາບ ກົມຄຸ້ມຄອງຊັບສິນທາງປັນຍາ  

2026-02-23T11:43:22+07:00February 23rd, 2026|Latest News|

ສໍາເລັດກອງປະຊຸມເຜີຍແຜ່ການແບ່ງຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມການຮັບຄໍາຮ້ອງຂໍຈົດທະບຽນທີ່ແຂວງເຊກອງ

ໃນລະຫວ່າງວັນທີ 26-27 ມິຖຸນາ 2025 ຜ່ານມາ, ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ການແບ່ງຂັ້ນການຄຸ້ມຄອງວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໃຫ້ແກ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຂັນຕີ ສິລະວົງສາ, ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ. ເຂົ້າຮ່ວມໃນກອງປະຊຸມມີ ທ່ານ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ດາວວີ ສວຍທະທັງສີ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເຊກອງ ພ້ອມດ້ວຍຄະນະພະແນກ ອຄ ແຂວງ,

2026-02-23T11:31:02+07:00February 23rd, 2026|Latest News|

ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ

ໃນວັນທີ 11 ມິຖຸນາ 2025, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີການພົບປະ 2 ຝ່າຍ ໃນເວລາ 9:00-10:00 ໂມງ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ພາຍຫຼັງສໍາເລັດການພົບປະ ທັງສອງຝ່າຍກໍໄດ້ເຂົ້າຮ່ວມ ພິທີລົງນາມຖະແຫຼງການຮ່ວມມື ລາວ-ຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນການກວດສອບເນື້ອໃນສິດທິບັດ ຢູ່ ສປປ ລາວ, ລະຫວ່າງ ກົມຊັບສິນທາງປັນຍາລາວ ແລະ ສໍານັກງານສິດທິບັດຍີ່ປຸ່ນ (JPO) ຊຶ່ງຕາງໜ້າຝາຍລາວ ລົງນາມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າຝາຍຍີ່ປຸ່ນ ລົງນາມໂດຍ ທ່ານ Yasuda Futoshi, ຮອງຫົວໜ້າສໍານັກງານສິດທິບັດຍີ່ປຸ່ນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ບັນດາທ່ານຫົວໜ້າ,

2025-06-13T16:50:51+07:00June 13th, 2025|Latest News|

ເປີດໂຄງການ ການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ

ໃນວັນທີ 26 ພຶດສະພາ 2025, ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ. ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ຈັດກອງປະຊຸມ ເປີດໂຄງການ ການສ້າງຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ (NIPS Launching Meeting), ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ເຢມິນ ທັນ, ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO), ມີບັນດາທ່ານຫົວໜ້າກົມ, ຮອງກົມ, ມີຜູ້ຕາງໜ້າຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ, ຜູ້ຕາງໜ້າຈາກ ກະຊວງຕ່າງໆທີ່ກ່ຽວຂ້ອງ, ຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ, ບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເປັນການເປີດໂຄງການສ້າງຍຸດທະສາດຊັບສິນທາງປັນຍາແຫ່ງຊາດ ແລະ ຍັງເປັນໂອກາດສໍາຄັນ ໃນການເຊື້ອເຊີນຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ເພື່ອຮັບຟັງຄວາມໝາຍຄວາມສໍາຄັນ

2025-05-28T18:56:29+07:00May 28th, 2025|Latest News|

ສປປ ລາວ ເຂົ້າຮ່ວມເປັນປະທານກອງປະຊຸມ ໜ່ວຍງານປະຕິບັດງານຊັບສິນທາງປັນຍາອາຊຽນ ຄັ້ງທີ 75 (75th AWGIPC) ທີ່ ສຽມຣຽບ, ປະເທດ ກໍາປູເຈຍ

  ໃນລະຫວ່າງວັນທີ 05 – 09 ພຶດສະພາ 2025, ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນ ປະທານໜ່ວຍປະຕິບັດງານ ດ້ານຊັບສິນທາງປັນຍາ ອາຊຽນ ໄດ້ນໍາພາຄະນະ ຈໍານວນ 05 ເຂົ້າຮ່ວມເປັນປະທານກອງປະຊຸມ ໜ່ວຍປະຕິບັດງານຊັບສິນທາງປັນຍາອາຊຽນ ຄັ້ງທີ 75 (the 75th ASEAN Working Group on Intellectual Property - AWGIPC) ທີ່ ສຽມຣຽບ, ປະເທດ ກໍາປູເຈຍ. ກອງປະຊຸມ ປະກອບດ້ວຍຜູ້ເຂົ້າຮ່ວມຈາກ 10 ປະເທດ ອາຊຽນ, ປະເທດຕີມໍແລດສເຕ (ໃນນາມຜູ້ສັງເກດການ), ໜ່ວຍງານຊັບສິນທາງປັນຍາ ຈາກກອງເລຂາອາຊຽນ ພ້ອມດ້ວຍຄູ່ຮ່ວມພັດທະນາຂອງອາຊຽນ ເຊັ່ນ: ສໍານັກງານຊັບສິນທາງປັນຍາ ສ.ເກົາຫຼີ (KIPO), ສໍານັກງານສິດທິບັດຍີ່ປຸ່ນ (JPO),

2025-05-08T14:29:48+07:00May 8th, 2025|Latest News|

ງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2025

ໃນວັນທີ 26 ເມສາ 2025 ທີ່ ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດງານສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈໍາປີ 2025 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຊີ້ນຳກົມຊັບສິນທາງປັນຍາ, ມີ ທ່ານ Dong Ho Kim, ຮອງປະທານອົງການຮ່ວມມືສາກົນຂອງ ສ. ເກົາຫຼີ (KOICA). ໃນງານຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ບັນດາທ່ານ ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ກົມ, ສະຖາບັນ, ພະແນກອຸດສາຫະກໍາ  ແລະ ການຄ້າ ນະຄອນຫຼວງວຽງຈັນ, ຕາງໜ້າຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

2025-05-06T16:15:34+07:00April 28th, 2025|Latest News|

ພິທີເຊັນບົດບັນທຶກການຮ່ວມມື “ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງລາວ”

ໃນວັນທີ 25 ເມສາ 2025, ທີ່ຫ້ອງປະຊຸມຊັ້ນ 1 ຂອງກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ອົງການຮ່ວມມືສາກົນ ແຫ່ງ ສ.ເກົາຫຼີ (KOICA) ແລະ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບ "ໂຄງການສ້າງອາຄານສູນບໍລິການນະວັດຕະກຳ ຊັບສິນທາງປັນຍາແຫ່ງຊາດ ແລະ ຍົກລະດັບລະບົບຄຸ້ມຄອງຊັບສິນທາງປັນຍາ ຂອງ ສປປ ລາວ". ໃນພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jung Yungsoo, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ເຂົ້າຮ່ວມມີທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ, ມີທ່ານ Dong

2025-04-25T20:12:44+07:00April 25th, 2025|Latest News|

ກອງປະຊຸມເຜີຍແຜ່ ກ່ຽວກັບວຽກງານພັນພືດໃໝ່ ພາຍໃຕ້ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ ກ່ຽວກັບວຽກງານພັນພືດໃໝ່ ພາຍໃຕ້ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ໃນວັນທີ 18 ທັນວາ 2024, ທີ່ ແຂວງ ຫຼວງພະບາງ, ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານຫົວໜ້າພະແນກ, ຮອງພະແນກ ກົມຊັບສິນທາງປັນຍາ,ກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າຈາກຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທັງ 12 ເມືອງອ້ອມຂ້າງແຂວງຫຼວງພະບາງ, ຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ສູນຄົ້ນຄວ້າກະສິກໍາພາກເໜືອ, ຄູ-ອາຈານ ແລະ ນັກຮຽນຈາກມະຫາວິທະຍາໄລ, ຜູ້ປະກອບການ ແລະ ພະນັກງານພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.

2024-12-24T15:58:11+07:00December 24th, 2024|Latest News|
Go to Top