ກອງປະຊຸມທາບທາມ ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດສ້າງຕັ້ງອົງການລິຂະສິດລວມໝູ່ (CMO)
ໃນຕອນເຊົ້າວັນທີ 28 ສິງຫາ 2025 ທີ່ໂຮງແຮມສຸພັດຕາ, ມີກອງປະຊຸມທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການລິຂະສິດລວມໝູ່ (CMO), ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບົວເງິນ ຊາພູວົງ, , ອາດີດຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ສີລະປິນແຫ່ງຊາດ, ປະທານສະມາຄົມສີລະປິນລາວ ແລະ ປະທານ ບໍລິສັດ ລາດສ໌ແຄັບ ຈໍາກັດຜູ້ດຽວ. ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຄຸ້ມຄອງຊັບສິນທາງປັນຍາ, ມີບັນດາຜູ້ຕາງ ໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານພາຍໃນ ກະຊວງ ອຄ, ບັນດາກະຊວງອ້ອມຂ້າງທີ່ກ່ຽວຂ້ອງ, ພະນັກງານກົມດັ່ງກ່າວ ແລະ ບໍລິສັດ ລາດສ໌ແຄັບ ຈໍາກັດຜູ້ດຽວ ເຂົ້າຮ່ວມ. ທ່ານ ໄຊສົມເພັດ ນໍລະສິງ ໄດ້ໃຫ້ຮູ້ວ່າ:





















