ເວັບໄຊທາງການຂອງກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ

ເວັບໄຊທາງການຂອງກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ

ເວັບໄຊທາງການຂອງກົມຊັບສິນທາງປັນຍາ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ

Poster IP Day 2026
Group-254
Asset 4@2x-8
Asset 8@2x-8
Asset 9@2x-8
Group-25
previous arrow
next arrow

ກ່ຽວກັບຊັບສິນ
ທາງປັນຍາ

ເຄື່ອງມືຊ່ວຍເຫຼືອທຸລະກິດ

ຂໍ້ມູນ ແລະ ບໍລິການອອນລາຍ

ຈົດທະບຽນເຄື່ອງໝາຍການຄ້າ

ກ່ຽວກັບຊັບສິນ
ທາງປັນຍາ

ເຄື່ອງມືຊ່ວຍເຫຼືອ
ທຸລະກິດ

ຂໍ້ມູນ ແລະ
ບໍລິການອອນລາຍ

ຈົດທະບຽນ
ເຄື່ອງໝາຍການຄ້າ

About balakhone

This author has not yet filled in any details.
So far balakhone has created 25 blog entries.

ຫ້ອງການຊັບສິນທາງປັນຍາຂອງສະຫະພາບເອີຮົບ ແລະ ອາຊຽນ ເພີ່ມທະວີການປົກປ້ອງຖິ່ນກຳເນີດໃຫ້ແກ່ຜະລິດຕະພັນຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້

ວັນທີ 18 ທັນວາ 2024 ທີ່ນະ​ຄອນຫຼວງພະບາງ, ຫ້ອງການຊັບສິນທາງປັນຍາຂອງສະຫະພາບເອີຣົບ (EUIPO), ໄດ້ຮ່ວມມືກັບ ອາຊຽນ ໃນການເປັນເຈົ້າພາບຈັດກອງປະຊຸມ ຫົວຂໍ້ ກາລະໂອກາດ ​ແລະ ​ສິ່ງ​ທ້າ​ທາຍ  ຂອງຖິ່ນກຳເນີດ (GI) ສໍາລັບບັນດາປະເທດອາຊຽນ, ​ໂດຍການເປັນປະທານຂອງ ທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໃນກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກ ຫ້ອງການຊັບສິນທາງປັນຍາຂອງສະຫະພາບເອີຣົບ, ຜູ້ຕາງໜ້າຈາກ ກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງກັບຖິ່ນກຳເນີດ. ຈຸດປະສົງໃນກອງປະຊຸມຄັ້ງນີ້ ແມ່ນ​ເພື່ອ​ເສີມ​ສ້າງ, ຍົກສູງ, ສ້າງຈິດສຳນຶກ ​ແລະ ຄວາມ​ສາມາດ​ດ້ານ​ການຈົດທະບຽນ ​ແລະ ປົກ​ປ້ອງ​ຜະລິດ​ຕະພັນຖິ່ນກໍາເນີດ ໃນ​ທົ່ວ​ພາກ​ພື້ນ. ກອງປະຊຸມຄັ້ງນີ້ ຈັດ​ຂຶ້ນ​ພາຍໃຕ້ກອບການ​ເຊື່ອມ​ໂຍງແບບ​ຍືນ​ຍົງ ລະຫວ່າງ ຫ້ອງການຊັບສິນທາງປັນຍາຂອງສະຫະພາບເອີຣົບ-ອາຊຽນ ໂຄງການດ້ານ​ສິດຕໍ່​ຊັບ​ສິນ​ທາງ​ປັນຍາ (SCOPE IPR), ກອງ​ປະຊຸມ​ໄດ້ ​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ປົກປ້ອງຊັບສິນທາງປັນຍາ ​ໃນ​ການ​ສົ່ງເສີມ​ບັນດາ​ຂະ​ແໜງ​ການ​ຜະລິດ​ໃນເຂດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ ຊ່ວຍ​​ບັນດາຜູ້​ຜະລິດ​ໃນ​ທ້ອງ​ຖິ່ນ

2024-12-24T15:29:16+07:00ທັນວາ 24th, 2024|ຂ່າວລ່າສຸດ|

ກອງປະຊຸມຜູ້ປະສານງານລະບົບຈົດທະບຽນຊັບສິນທາງປັນຍາ ອາຊຽນ (ASEAN IP Register) ຄັ້ງທີ 6

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຜູ້ປະສານງານລະບົບຈົດທະບຽນຊັບສິນທາງປັນຍາ ອາຊຽນ (ASEAN IP Register) ຄັ້ງທີ 6, ໃນວັນທີ 16-19 ທັນວາ 2024, ທີ່ໂຮງແຮມສຸພັດຕາ, ແຂວງ ຫຼວງພະບາງ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມກັນນັ້ນມີທ່ານ ນາງ ທິຕະພາ ວັດຕະນະພຸດທີສານ ຫົວໜ້າຫ້ອງການ ອົງການຊັບສິນທາງປັນຍາໂລກ ປະຈໍາສິງກະໂປ, ທ່ານ ດຣ ຈຸນໂຮ ຈາງ ທີ່ປືກສາທາງດ້ານທຸລະກິດ ຈາກອົງການຊັບສິນທາງປັນຍາໂລກ ແລະ ຜູ້ຕາງໜ້າຫ້ອງການສິດທິບັດຍີ່ປຸ່ນ, ກອງເລຂາອາຊຽນ ແລະ ຫ້ອງການຊັບສິນທາງປັນຍາອາຊຽນ, ຕີມໍເລສດເຕ ແລະ ຄະນະຜູ້ແທນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອພັດທະນາລະບົບຊັບສິນທາງປັນຍາອາຊຽນ ໂດຍເນັ້ນໜັກໃນການເສີມສ້າງນະວັດຕະກໍາ, ຄວາມຄິດສ້າງສັນ ແລະ ການເຕີມໂຕທາງເສດຖະກິດຂອງການຈົດທະບຽນຊັບສິນທາງປັນຍາອາຊຽນ. ກອງປະຊຸມໃນຄັ້ງນີ້ຍັງໄດ້ຮັບການຊ່ວຍເຫຼືອຈາກອົງການຊັບສິນທາງປັນຍາໂລກ WIPO,

2024-12-24T15:30:20+07:00ທັນວາ 24th, 2024|ຂ່າວລ່າສຸດ|

ສປປ ລາວ ເປັນປະທານກອງປະຊຸມໜ່ວຍງານຊັບສິນທາງປັນຍາ ອາຊຽນ (AWGIPC) ຄັ້ງທີ 74 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ

ໃນວັນທີ 16-19 ທັນວາ 2024, ທີ່ໂຮງແຮມສຸພັດຕາ, ແຂວງ ຫຼວງພະບາງ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 74 ແລະ ອີກສາມກອງປະຊຸມທີ່ກ່ຽວຂ້ອງ, ພາຍໃຕ້ການເປັນະທານກ່າວເປີດກອງປະຊຸມຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມກັນນັ້ນມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ປະທານໜ່ວຍປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ, ມີບັນດາທ່ານຫົວໜ້າກົມ, ຫ້ອງການຊັບສິນທາງປັນຍາ ປະເທດສະມາຊິກອາຊຽນ, ປະເທດ ຕໍມໍເລສເຕ, ຕາງໜ້າຈາກກອງເລຂາອາຊຽນ ແລະ ຄະນະຜູ້ແທນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໃນຄັ້ງນີ້ ວ່າ: ກອງປະຊຸມໜ່ວຍປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ ຄັ້ງທີ່ 74,

2024-12-24T13:56:28+07:00ທັນວາ 24th, 2024|ຂ່າວລ່າສຸດ|

ລົງນາມສັນຍາຮ່ວມມື ກ່ຽວກັບການພັດທະນາການໃຫ້ບໍລິການ- ບໍລິຫານຊັບສິນທາງປັນຍາ

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ (WIPO)  ກ່ຽວກັບ ການພັດທະນາການໃຫ້ບໍລິການ-ບໍລິຫານຊັບສິນທາງປັນຍາ ຂຶ້ນໃນວັນທີ 18 ກັນຍາ 2024 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ. ໂດຍການລົງນາມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ດາເຣັນ ຕັງ (Daren Tang) ຜູ້ອໍານວຍການໃຫ່ຍ ອົງການຊັບສິນທາງປັນຍາໂລກ, ມີທ່ານຮອງລັດຖະມົນຕີ ກະຊວງ ອຄ ແລະ ຮອງຜູ້ອໍານວຍການໃຫ່ຍ ອົງການຊັບສິນທາງປັນຍາໂລກ, ທ່ານຫົວໜ້າກົມຊັບສິນທາງປັນຍາ, ຮອງຫົວກົມຊັບສິນທາງປັນຍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສັນຍາການຮ່ວມມືດັ່ງກ່າວ ແມ່ນເພື່ອຮ່ວມກັນປັບປຸງລະບົບການບໍລິຫານວຽກງານຊັບສິນທາງປັນ ຍາ ເຊິ່ງອົງການຊັບສິນທາງປັນຍາໂລກ (WIPO) ຈະຊ່ວຍປັບປຸງລະບົບການຄຸ້ມຄອງສິດຊັບສິນທາງປັນ ຍາ ການຄຸ້ມຄອງເອກະສານ ການບໍລິການອອນລາຍ ແລະ ການຄົ້ນຫາຂໍ້ມູນ

2024-11-25T10:37:25+07:00ພະຈິກ 25th, 2024|ຂ່າວລ່າສຸດ|

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ

ໃນວັນທີ 18 ກັນຍາ 2024 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ມີກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ, ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ດາເຣັນຕັງ, ຜູ້ອໍານວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ມີບັນດາທ່ານລັດຖະມົນຕີເສດຖະກິດປະເທດສະມາຊິກອາຊຽນ ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ປະເທດຕິມໍເລສເຕ ພ້ອມດ້ວຍບັນດາຄະນະຜູ້ແທນສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ປີ 2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ "ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ" ພ້ອມນັ້ນ ສປປ ລາວ ໄດ້ຮັບກຽດເປັນປະທານໜ່ວຍງານຮ່ວມມືດ້ານຊັບສິນທາງປັນຍາອາຊຽນ ມີທັງກາລະໂອກາດ ແລະ

2024-11-25T10:19:47+07:00ພະຈິກ 25th, 2024|ຂ່າວລ່າສຸດ|
Go to Top