ສປປ ລາວ ໄດ້ຍື່ນສານ ແລະ ຄໍາຖະແຫຼງ ໃນການເຂົ້າຮ່ວມເປັນພາຄີຂອງ ອະນຸສັນຍາ ເຈນິວາ ພາຍໃຕ້ສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສະຫະກໍາ
ໃນຕອນບ່າຍວັນທີ 14 ກໍລະກົດ 2026, ຜ່ານມາ ທີ່ ສໍານັກງານໃຫຍ່ ອົງການຊັບສິນທາງປັນຍາໂລກ, ເຊີແນວ, ປະເທດສະວິດ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ຕາງໜ້າ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ສໍາເລັດການຍື່ນສານ ແລະ ຄໍາຖະແຫຼງ ໃນການເຂົ້າຮ່ວມເປັນພາຄີຂອງ ອະນຸສັນຍາ ເຈນິວາ ພາຍໃຕ້ສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສະຫະກໍາ (The Geneva Act 1999 of the Hauge Agreement Concerning the International Registration of Industrial Design) ຢ່າງເປັນທາງການ ແລະ ເປັນປະເທດທີ 102,






















